ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານຄວາມຄືບໜ້າປະຈຳໄຕມາດ
ໃນການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນ ໃນປີ 2024


    ກອງປະຊຸມລາຍງານຄວາມຄືບໜ້າປະຈຳໄຕມາດໃນການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນປີ 2024 ໄດ້ຈັດຂຶ້ນໃນວັນທີ 19
ກັນຍາ 2023 ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດ
ຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງ, ຄະນະກົມໃຫຍ່, ຕ່າງໜ້າກົມອາຊຽນກະຊວງການຕ່າງປະ
ເທດ, ຄະນະກຳມະການ, ອະນຸກຳມະການ ແລະ ກອງເລຂາອາຊຽນ, ຄະນະຮັບຜິດຊອບ ແລະ ພະນັກງານວິຊາການຂອງກະຊວງປ້ອງກັນປະເທດ
ເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນແຫ່ງ
ສປປ ລາວ ໄດ້ຂຶ້ນລາຍງາຍຄວາມຄືບໜ້າປະຈໍາໄຕມາດ ໃນການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນປີ 2024 ວ່າ: ກອງເລຂາທັງ
ໝົດມີ 37 ຄົນ, ເຂົ້າເຮັດວຽກຕົວຈິງໃນປະຈຸບັນ 13 ຄົນ; ມອບໃຫ້ຄະນະຮັບຜິດຊອບແຕ່ລະກອງປະຊຸມເຜີຍແຜ່ມອບໝາຍກະກຽມແຜນການ
ດຳເນີນກອງປະຊຸມຂອງຕົນ; ກະກຽມເນື້ອໃນ ແລະ ວາລະຂອງກອງປະຊຸມຕ່າງໆ ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈະເປັນເຈົ້າພາບ
ແລະ ປະທານໃນປີ 2024; ແລກປ່ຽນບົດຮຽນການເປັນປະທານອາຊຽນ ກັບ ອິນໂດເນເຊຍ; ສໍາເລັດຮ່າງຈົດໝາຍເຊີນຂອງກອງປະຊຸມ ACDFM,
ADSOM WG, ADSOM-Plus WG, ADSOM & ADSOM-Plus; ກໍານົດບຸລິມະສິດ ແລະ ເນື້ອໃນຂອງກອງປະຊຸມ ADMM ໃນ
ປີ 2024;  ກະກຽມເນື້ອໃນຂອງເອກະສານຕ່າງໆ ທີ່ຈະນໍາຂຶ້ນປຶກສາຫາລືໃນບັນດາກອງປະຊຸມທີ່ຈະຈັດຕັ້ງ ໃນປີ 2024 ແລະ ບັນຫາອື່ນໆທີ່ປິ້ນ
ອ້ອມ. ຈາກນັ້ນ, ບັນດາສະຫາຍອະນຸກໍາມະການຮັບຜິດຊອບແຕ່ລະພາກສ່ວນກໍໄດ້ຜັດປ່ຽນກັນຂຶ້ນລາຍງາຍຄວາມຄືບໜ້າໃນການກະກຽມຄວາມ
ພ້ອມຂອງຕົນຮັບຜິດຊອບຈໍານວນໜຶ່ງຕື່ມອີກ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຜ່ານການຮັບຟັງການລາຍງານກ່ຽວກັບການກະກຽມຄວາມຂອງແຕ່ລະພາກສ່ວນ,
ເຫັນວ່າມີຄວາມຄືບໜ້າສົມຄວນ ແລະ ຂໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມເອົາໃຈໃສ່ສູງ. ແຕ່ແນວໃດ
ກໍ່ຕາມ, ຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບການທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງ
ບໍ່ຢຸດຢັ້ງ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ເຊິ່ງອາດຈະເປັນສິ່ງທ້າທາຍຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໂດຍລວມ ແລະ ການ
ເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໂດຍສະເພາະ. ສະນັ້ນ, ແຕ່ລະອະນຸກຳມະການ ໂດຍສະເພາະພາກສ່ວນເນື້ອໃນ ຕ້ອງ
ສືບຕໍ່ສຶກສາຄົ້ນຄວ້າໃຫ້ລະອຽດຖີ່ຖ້ວນ ແລະເລິກເຊິ່ງ, ໂດຍສະເພາະບັນຫາລະອຽດອ່ອນ, ພ້ອມກັນນັ້ນ, ບັນດາອະນຸກຳມະການ ຕ້ອງເພີ່ມທະວີ
ຄວາມຮັບຜິດຊອບຂອງຕົນ ໃນການກະກຽມຄວາມພ້ອມດ້ານຕ່າງໆ  ເພື່ອຮັບປະກັນການເປັນເຈົ້າພາບທີ່ດີ ແລະ ມີຄວາມປອດໄພຕະຫຼອດໄລຍະ
ການເປັນປະທານອາຊຽນຂອງພວກເຮົາ.

ແຫຼ່ງຂ່າວໂດຍ ໜັງສືພີມກອງທັບ
ວັນທີ 20/09/2023